ບົດເລື່ອງຄວາມສຳເລັດ

ທ່ານ ເພັດບີ່ ສີລາວັນ

ຜູ້ຜະລິດເຕົາປະຢັດ

“ຮູ້ສຶກດີໃຈຫຼາຍທີ່ມີໂຄງການດີໆ ແບບນີ້ລົງມາຊ່ວຍເຫຼືອກຸ່ມເປົ້າໝາຍ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ມີເງິນພຽງພໍໃນການດຳລົງຊີວິດ ມີທຶນຮອນສະສົມ ແລະ ສາມາດຂະຫຍາຍໂຮງງານໄດ້ ເຮັດໃຫ້ໄວໜຸ່ມໃນບ້ານມີອາຊີບ ບໍ່ຕ້ອງອອກໄປເຮັດວຽກໄກບ້ານໄກເຮືອນ ”

ທ່ານ ເພັດບີ່ ສີລາວັນ ຢູ່ບ້ານ ຫໍກາງ, ເມືອງ ຜາໄຊ, ແຂວງ ຊຽງຂວາງ. ກ່ອນທີ່ເພິ່ນຈະເຂົ້າຮ່ວມໂຄງການ ເພິ່ນໄດ້ປະກອບອາຊີບ ເຮັດນາ - ຂາຍເຂົ້າ ແລະ ເຮັດເຕົາພື້ນບ້ານ. ເພິ່ນເຫັນວ່າທາງໂຄງການ ເຕົາປະຫຍັດໄດ້ລົງພື້ນທີ່ ເພື່ອຫາແຫຼ່ງການຜະລິດເຕົາດິນຢູ່ ແຂວງ ຊຽງຂວາງ ເພິ່ນເລີຍສົນໃຈເພາະເຫັນວ່າທາງໂຄງການໃຫ້ທຶນໃຫ້ການຜະລິດ ແລະ ສ່ວນໂຕຢາກລອງຜະລິດເຕົາໃໝ່ໆໃຫ້ໄດ້ຫຼາຍປະເພດ ເພິ່ນເລີຍຕົກລົງເຂົ້າຮ່ວມໂຄງການ ໃນປີ 2019.

ເນື່ອງຈາກເພິ່ນມີປະສົບການດ້ານການຜະລິດເຕົາ ປະເພດ ເຕົາດຳ ແລະ ເຕົາກົ້ນຊ້ວຍ ມາກ່ອນແລ້ວເລີຍບໍ່ມີຄວາມຫຍຸ້ງຍາກຫຼາຍປານໃດ ແຕ່ເພິ່ນຍັງບໍ່ມີແຫຼ່ງຮອງຮັບເປັນຈິງ ເປັນຈັງ ພ້ອມທັງເມື່ອກ່ອນແມ່ຄ້າ ຊາວຂາຍບໍ່ທັນສົນໃຈທີ່ຈະຊື້ໄວ້ຂາຍ, ດິນທີ່ໃຊ້ມີບັນຫາເຮັດໃຫ້ເຕົາແຕກ ຂາຍບໍ່ໄດ້. ທາງໂຄງການເລີຍໄດ້ສະໜັບສະໜູນ ຈາກທີ່ແຕ່ກ່ອນຜະລິດເຕົາ 2 ປະເພດ ຜັນປ່ຽນມາຜະລິດເປັນ 3 ປະເພດຄື: ເຕົາWS3, ເຕົາPTT3, ເຕົາPTT4 ພ້ອມທັງມອບທຶນໃນການກໍ່ສ້າງຫ້ອງເຜົາເຕົາ, ຫາແຫຼ່ງດີນໃໝ່ໃຫ້ເໜາະກັບການຜະລິດເຕົາ, ເຄື່ອງໂມ້ດິນ, ທຶນໃນການໂຄສະນາ, ມີຄ່ານຳ້ມັນລົດໃຫ້ ແລະ ທີ່ພັກອາໃສ. ຈາກເມື່ອກ່ອນທີ່ເພິ່ນສາມາດຜະລິດໄດ້ພຽງແຕ່ເດືອນລະ 300 ໜ່ວຍ ແລະ ຂາຍໄດ້ສະເພາະຕະຫຼາດໃນແຂວງ ຊຽງຂວາງ ຫຼັງຈາກໄດ້ຮັບການຊ່ວຍເຫຼືອຈາກໂຄງການເພິ່ນສາມາດຜະລິດໄດ້ເດືອນລະ 1.500 ໜ່ວຍ ແລະ ຂະຫຍາຍຕະຫຼາດໄປຕ່າງແຂວງໄດ້ມີ: ຫົວພັນ, ໄຊສົມບູນ, ຫຼວງພະບາງ ແລະ ບໍລິຄຳໄຊ.