
ການທົດສອບ
ການທົດສອບປະສິດທິພາບເຕົາປະຢັດ ເປັນວຽກງານໜື່ງທີ່ສຳຄັນເຊີ່ງຈະໄດ້ດຳເນີນໂດຍໜ່ວຍງານທົດສອບຂອງ ພາກລັດຢູ່ໃນຫ້ອງທົດສອບ ເຊີ່ງປະຈຸບັນຫ້ອງທົດສອບເຕົາປະຢັດມີ 5 ແຫ່ງຄື: ສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ, ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈຳປາສັກ ແລະ ພະແນກອຸດສະຫະກຳ ແລະ ການຄ້າ ແຂວງ ສະຫວັນນະເຂດ. ໃນທຸກໆ 3 ເດືອນ ພວກເຮົາຈະໄດ້ນໍາຊຸ່ມເອົາເຕົາຕົວຢ່າງຂອງແຕ່ລະຜູ້ຜະລິດ ເອົາໄປທົດສອບໃຫ້ຫ້ອງທົດສອບດັ່ງກ່າວ ເພື່ອໃຫ້ແນ່ໃຈວ່າປະສິດທິພາບຢູ່ໃນເກນມາດຕະຖານທີ່ໄດ້ກຳນົດ.




ວິທີການທົດສອບແບບຕົ້ມນ້ໍາ (AWBT)
ມາດຖານເຕັກນິກທີ່ເອີ້ນວ່າ AWBT ຫຼື ການທົດສອບແບບຕົ້ມນໍ້າໃຊ້ເພື່ອເປັນການສົມທຽບການນໍາໃຊ້ເຊື້ອເພີງລະຫວ່າງເຕົາ 2 ໜ່ວຍ ເຊີ່ງເປັນເຕັກນິກມາດຖານຂອງສາກົນທີ່ນໍາໃຊ້ທົດສອບໃນບັນດາປະເທດຕ່າງໆ ແລະ ການທົດສອບລັກສະນະນີ້ໄດ້ສະໜອງຂໍ້ມູນທີ່ໃກ້ຄຽງກັບຕົວຈິງໃນການທົດສອບຢູ່ພາກສະໜາມ. ເຖິງຢ່າງໃດກໍ່ຕາມການທົດສອບທີ່ສົມບູນ ແມ່ນຕ້ອງໄດ້ທົດສອບກັບຜູ້ຊົມໃຊ້ຕົວຈິງເຊິ່ງການທົດສອບນີ້ຈະສະແດງໃຫ້ເຫັນປະລິມານເຊື້ອເພີງທີ່ແທ້ຈິງທີ່ສາມາດປະຢັດໄດ້ ແລະ ຂໍ້ມູນທີ່ໄດ້ຈາກການທົດສອບດັ່ງກ່າວນີ້ຈະຖືກນຳໃຊ້ເຂົ້າໃນການຄິດໄລ່ປະລິມານການລຸດຜ່ອນອາຍກາກໂບນິກຢູ່ຊັ້ນບັນຍາກາດ.


ຄຸນລັກສະນະສະເພາະຂອງວິທີການທົດສອບປະສິດຕິພາບເຕົາດ້ວຍວິທີ AWBT


ທົດສອບເຕົາທັງ 2 ໜວ່ຍໃນເວລາດຽວກັນ;
ປະລິມານ ແລະ ຄຸນນະພາບຂອງເຊື້ອເພີງທີ່ນໍາໃຊ້ໃນການທົດສອບເຕົາ ເທົ່າກັນ;
ບໍ່ໄດ້ທົດສອບເຕົາໃນເວລາທີ່ເຕົາຍັງຮ້ອນ;
ບໍ່ໄດ້ຊັ່ງເຊື້້ອເພີງໃນຂະນະທົດສອບ;
ໃກ້ຄຽງກັບພຶດຕິກຳການແຕ່ງກິນໃນທ້ອງຖິ່ນ (ປະເພດຂອງໝໍ້, ປະລິມານນ້ໍາ, ປະເພດຂອງເຊື້ອເພີງ, ສະພາບພູມສັນຖານ ແລະ ສະພາບ ອາກາດ).










ເງື່ອນໄຂ ແລະ ຂໍ້ຈໍາກັດຂອງການທົດສອບ
ການທົດສອບແມ່ນດໍາເນີນໄປໂດຍການຕົ້ມນ້ໍາແບບບໍ່ປິດຝາໝໍ້ ເຖິງວ່າຄົນສ່ວນໃຫຍ່ຈະປິດຝາໝໍ້ໃນເວລາແຕ່ງກິນອາຫານກໍ່ຕາມ (ເຊິ່ງຂຶ້ນກັບຄວາມຊິນເຄີຍຂອງແຕ່ລະຄົນ), ການປິດຝາໝໍ້ໃນເວລາທົດສອບເຕົາແມ່ນສ່ຽງທີ່ຈະເຮັດໃຫ້ຜົນທົດສອບເກີດຂໍ້ຜິດພາດ ເນື່ອງຈາກວ່າເຮົາບໍ່ໄດ້ມີການຄວບຄຸມຄວາມດັນຂອງອາຍນ້ຳໃນໝໍ້. ການທົດສອບປະສິດທິພາບຂອງເຕົາຄວນປະຕິບັດໃນຫ້ອງທົດລອງ, ຖ້າຫາກຍັງບໍ່ທັນມີຫ້ອງທົດລອງເທື່ອ, ສະຖານທີ່ ທີ່ຈະທົດສອບຕ້ອງມີເງື່ອນໄຂດັ່ງຕໍ່ໄປນີ້:
ມີລົມພັດໜ້ອຍທີ່ສຸດເພື່ອຫຼີກລ້ຽງການປ່ຽນແປງການໄຫຼຂອງລົມທີ່ບໍ່ປົກກະຕິ
ບໍ່ມີແສງແດດສ່ອງເຂົ້າມາໃສ່ເພື່ອຮັກສາອຸນຫະພູມໃນຫ້ອງໃຫ້ຄົງທີ່
ສະຖານທີ່ຄວນງຽບ, ເພື່ອຫຼີກເວັ້ນການຖືກລົບກວນຈາກພາຍນອກຕໍ່ຜູ້ທົດສອບ
ອາກາດລ່ວງດີ ເພື່ອຫຼີກເວັ້ນບໍ່ໃຫ້ຜູ້ທົດສອບສູດດົມເອົາຄວັນ (ຄວນຕິດຕັ້ງພັດລົມດູດອາກາດແລະທໍ່ລະບາຍຄວັນໃນຫ້ອງທົດລອງ).








ຂັ້ນຕອນກະກຽມການທົດສອບເຕົາ
ເຕົາທີ່ຈະນຳມາທົດສອບຕ້ອງໄດ້ອຸ່ນເຕົາກ່ອນໂດຍການຈູດເຕົາຄືກັບການແຕ່ງກິນທົ່ວໄປເພື່ອກໍາຈັດຄວາມຊຸ່ມໃນເຕົາ, ໂດຍສະເພາະແມ່ນເຕົາດັງຟືນ (ຕ້ອງໄດ້ກໍານົດປະລິມານຟືນເບື້ອງຕົ້ນວ່າຈະມີຄວາມຕ້ອງການໃນການຕື່ມຟືນຫລາຍປານໃດ ແລະ ອື່ນໆ) ແລະ ເພື່ອກໍານົດຈຸດຟົດຂອງນໍ້າໃນການແຕ່ງກິນທົ່ວໄປ (ອີງຕາມລະດັບຄວາມສູງຂອງພູມສັນຖານປະເທດ ແລະ ຄຸນລັກສະນະຂອງນໍ້າໃນທ້ອງຖິ່ນ). ແຕ່ສິ່ງສໍາຄັນໄປກວ່ານັ້ນແມ່ນ ຕ້ອງດຳເນີນການທົດສອບພາຍໃຕ້ເງື່ອນໄຂອັນດຽວກັນທຸກຄັ້ງ ເພື່ອຫຼຸດຜ່ອນຄວາມຜິດພາດຈາກສະພາບແວດລ້ອມອອ້ມຂ້າງ, ເພື່ອເຮັດໃຫ້ຜົນການທົດສອບມີຄ່າໄດ້ຮັບທີ່ມີຄວາມຊັດເຈນສູງ. ພວກເຮົາຈະນຳໃຊ້ ຄ່າຜິດດ່ຽງຂອງປະສິດທິພາບສັງລວມ (COV= Co-efficiency Variation) ຕໍ່າກວ່າ 10% ແມ່ນສາມາດຍອມຮັບໄດ້.


ທໍາຄວາມສະອາດໝໍ້ໃຊ້ຟອຍນ້ອຍປັດບໍລິເວນຮັງເຜີ້ງໃຫ້ສະອາດ, ໃຫ້ແນ່ໃຈວ່າບໍ່ມີຂີ້ເທົ່າ ຫຼື ເສດຖ່ານຄາຢູ່ຮູຮັງເຜີ້ງ.
ວັດແທກອາກາດອ້ອມຂ້າງ ແລະ ອຸນຫະພູມນ້ຳ.
ຊັ່ງນໍ້າໜັກໝໍ້ເປົ່າ, ນ້ຳໜັກຖາດເຫຼັກ, ນ້ຳໜັກຂອງຖ່ານ, ໄມ້ອ່ອຍໄຟ ແລະ ນ້ຳ.
ຕ້ອງແນ່ໃຈວ່າເຕົາທີ່ຈະທົດສອບແມ່ນໄດ້ເກັບໄວ້ຢູ່ຫ້ອງທົດລອງທີ່ອຸນຫະພູມຕາມສະພາບອາກາດອ້ອມຂ້າງ ແລະ ເຕົາຕ້ອງສະອາດ (ບໍ່ມີຂີ້ເທົ່າ ຫຼື ຝຸ່ນຕິດຢູ່)
ເຕົາທີ່ທົດສອບທັງ 2 ໜ່ວຍຈະຕ້ອງໄດ້ຮັບການທົດສອບໂດຍຄົນດຽວກັນ ໂດຍປະຕິບັດຕາມຂັ້ນຕອນ ແລະ ວິທີອັນດຽວກັນ ເພື່ອຫຼີກເວັ້ນຂໍ້ຜິດພາດ ຈາກການທົດສອບເຊັ່ນວ່າ: ການຈັດລຽງຖ່ານ, ການວາງໄມ້ອ່ອຍໄຟ, ເວລາລໍຖ້າທີ່ຈະຄ້າງໝໍ້.
















ຖ່ານທີ່ຍັງເຫຼືອຈາກການທົດສອບແມ່ນສາມາດຊັ່ງເບິ່ງເພື່ອສົມທຽບ, ແຕ່ການຊັ່ງນ້ໍາໜັກນີ້ຈະບໍ່ຖືກນໍາໃຊ້ ໃນການວິເຄາະ ຂອງສູດ AWBT. ປະສິດທິພາບຂອງເຕົາ ຈະຖືກປະເມີນໂດຍການສົມທຽບ ດ້ວຍຄ່າປະສິດທິພາບພະລັງງານສົ່ງເຂົ້າໃນມວນສານນ້ຳ, ປະກອບກັບພະລັງງານເຜົາໄໝ້ ແລະ ການສົ່ງຄວາມຮ້ອນຈາກເຕົາສູ່ໝໍ້. ຄ່າປະສິດທິພາບຂອງເຕົາແມ່ນຕ້ອງມີຄວາມສາມາດນໍ້າໃຊ້ເຊື້ອເພີງທີ່ໃສ່ເຂົ້າໄປຢ່າງເຕັມທີ່ ແລະ ສາມາດຮັກສາອຸນຫະພູມນ້ຳໃນໄລຍະນ້ຳຟົດໄດ້ດົນ.
ຖ້າຫາກວ່າຢູ່ໃນສະພາບຂອງທ້ອງຖິ່ນ, ໜື່ງໃນຈຸດປະສົງຂອງການນຳໃຊ້ເຕົາແມ່ນເພື່ອສະໜອງເຊື້ອໄຟພາຍຫຼັງໄລຍະເວລາປຸງແຕ່ງອາຫານສໍາເລັດແລ້ວ (ຕົວຢ່າງ: ໂດຍຜ່ານການຜັນແປຂອງຊີວະມວນເປັນການເຜົາໄໝ້), ເຊື້ອເພີງທີ່ຍັງເຫຼືອຫຼັງຈາກການທົດສອບເຕົາ AWBT ສາມາດນຳມາ ຊັ່ງ ແລະ ນຳໃຊ້ເຂົ້າໃນການວິເຄາະເຕົາໄດ້.


ຂັ້ນຕອນທົດສອບປະສິດທິພາບຂອງເຕົາ
ການທົດສອບປະສິດທິພາບເຕົາຊຸດໜຶ່ງຢ່າງໜ້ອຍສຸດຕ້ອງໄດ້ເຮັດ 3 ຄັ້ງ, ຖ້າຜົນການທົດສອບ 3 ຄັ້ງທໍາອິດຜ່ານສະແດງວ່າການທົດສອບຊຸດນັ້ນຜ່ານ, ແຕ່ຖ້າຜົນການທົດສອບ 3 ຄັ້ງທໍາອິດບໍ່ຜ່ານ ແມ່ນໃຫ້ສືບຕໍ່ທົດສອບຕໍ່ໄປອີກເທື່ອໜື່ງ ແລະ ຖ້າຜົນການທົດສອບ 4 ຄັ້ງຍັງບໍ່ຜ່ານ ແມ່ນໃຫ້ເຮັດການທົດສອບນັ້ນຄືນໃໝ່. ການທົດສອບເຕົາ 3 ຫຼື 4 ຄັ້ງ ແມ່ນຕ້ອງໄດ້ເຮັດການທົດສອບຕິດຕໍ່ກັນ ແລະ ໃນເວລາດຽວກັນ ໝາຍຄວາມວ່າບໍ່ໃຫ້ຢຸດ ຫຼື ປະໄວ້ສອງມື້ແລ້ວມາສືບຕໍ່ການທົດສອບ.
ຂັ້ນຕອນການທົດລອງລະອຽດແມ່ນມີຂັ້ນຕອນດັ່ງຂ້າງລຸ່ມນີ້ ພາຍຫຼັງກະກຽມອຸປະກອນໝົດທຸກຢ່າງແລ້ວ:


















01


02
ເອົາຖ່ານໃສ່ໃນເຕົາ ແລະ ເລີ່ມດັງໄຟ ຈັດລຽງຖ່ານບໍ່ກາຍປາກຂອບເຕົາເບື້ອງລຸ່ມ ແລະ ບໍ່ແຕະກົ້ນໝໍ້ຫຼັງຈາກນັ້ນເອົາໄມ້ອ່ອຍໄຟລົງທາງກາງ




03
ເລີ່ມຕົ້ນຈູດໄຟ ແລະ ປ່ອຍໃຫ້ໄຟຕິດດີ (ໃຊ້ເວລາ 4 ນາທີ) ເພື່ອເຮັດໃຫ້ການເຜົາໄໝ້ເຊື້ອເພີງໄດ້ງ່າຍ.
ຕິດຕັ້ງເຄື່ອງວັດແທກອຸນະພູມພ້ອມບັນທຶກອຸນະພູມເລີ່ມຕົ້ນຂອງນໍ້າໃນໝໍ້ ແລະ ບັນທຶກອຸນະພູມອາກາດໃນຫ້ອງ ກ່ອນເລີ່ມດັງໄຟຕ້ອງໝັ້ນໃຈວ່າໄດ້ກຽມອຸປະກອນທຸກຢ່າງໄວ້ຮຽບຮ້ອຍແລ້ວ.


04




ຫຼັງຈາກນັ້ນ ເອົາໝໍ້ຄ້າງໃສ່ເຕົາ ແລະ ເລີ່ມຕົ້ນຈັບເວລາ.






ບັນທຶກອຸນຫະພູມຂອງນ້ໍາ ແລະ ເວລາໃນທຸກໆ 3 ນາທີ ຈົນກ່ວາຈະຮອດຈຸດຟົດຂອງນ້ໍາ, ເຊິ່ງສາມາດກຳນົດຈຸດຟົດໄດ້ຈາກການສັງເກດເບິ່ງຄວາມຄົງທີ່ຂອງອຸນຫະພູມພາຍໃນ 10 ວິນາທີ ຫຼັງຈາກນັ້ນບັນທຶກເວລາທີ່ໃຊ້ທັງໝົດຈົນຮອດຈຸດຟົດ (TTB), ເຊິ່ງເລີ່ມແຕ່ການຈັບເວລາເລີ່ມຕົ້ນຈົນຮອດຂັ້ນຕອນປ່ອຍໃຫ້ນ້ໍາຟົດຕໍ່ເນື່ອງອີກ 10 ວິນາທີ ເພື່ອໃຫ້ການຟົດຂອງນ້ໍາສົມບູນ.
05






06
ຕະຫຼອດໄລຍະການທົດສອບ, ຜູ້ທົດສອບຕ້ອງຢູ່ ແລະ ສັງເກດການຕະຫຼອດເວລາ ທັງນີ້ ເພື່ອ ສັງເກດເບິ່ງການທຳງານຂອງເຕົາຢູ່ໃນຊ່ວງການທົດສອບ ແລະ ຮັບປະກັນການທົດສອບບໍ່ໃຫ້ມີການຜິດພາດ.




07
ສືບຕໍ່ລໍຖ້າໃຫ້ອຸນຫະພູມນ້ຳລຸດລົງຕ່ຳກວ່າຈຸດຟົດ -3°C ໂດຍການສົມທຽບກັບຈຸດຟົດ, ຖ້າຫາກອຸນຫະພູມນ້ໍາຫຼຸດກາຍກວ່າ 5° C ໃນລະຫວ່າງການທົດສອບ, ຂໍ້ມູນການທົດສອບດັ່ງກ່າວນັ້ນແມ່ນໃຊ້ບໍ່ໄດ້.




08
ເມື່ອອຸນຫະພູມຫຼຸດລົງຈາກຈຸດຟົດ 3°C ແລ້ວ ຈາກນັ້ນບັນທຶກເວລາທີ່ໃຊ້ທັງໝົດຂອງການທົດສອບທັງໝົດ (TTT).




09
ຍົກໝໍ້ອອກຈາກເຕົາ, ຊັ່ງນ້ໍາໜັກນ້ໍາ ແລະ ຖ່ານທີ່ເຫຼືອທັນທີ ບໍ່ໃຫ້ປະໄວ້ດົນເພາະຈະເຮັດໃຫ້ຖ່ານເຜົາໄໝ້ຕໍ່ໄປ ແລະ ນໍ້າກໍ່ລະເຫີຍອາຍເຊື່ງຈະເຮັດໃຫ້ຂໍ້ມູນທີ່ໄດ້ຮັບຜິດພາດໄດ້


ຫຼັງຈາກ ສິ້ນສຸດການທົດສອບແລ້ວ, ໃຫ້ຜູ້ທົດສອບທັງສອງຄົນ ກວດຄືນ ຂໍ້ມູນການທົດສອບທີບັນທຶກລົງໄປໃນແບບຟອມ ເພື່ອ ຮັບປະກັນການຈົດບັນທຶກຂໍ້ມູນການທົດສອບທີຄົບຖ້ວນ, ຈະແຈ້ງ ແລະ ຖືກຕ້ອງ.
10


ເຮັດການທົດສອບຊໍ້າຄືນແບບເກົ່າໃຫ້ຄົບຮອບການກວດສອບ (3 ຄັ້ງເປັນຢ່າງຕໍ່າ)
11





