

ການຂາຍ


ວຽກງານໂຄສະນາ ແລະ ສົ່ງເສີມການຂາຍ ເປັນວຽກໜື່ງທີ່ສຳຄັນ ເພື່ອໃຫ້ເຮັດໃຫ້ສັງຄົມ ໂດຍສະເພາະຜູ້ຊົມໃຊ້ເຕົາປະຢັດ ເຂົ້າໃຈ ແລະ ເຂົ້າເຖິງເຕົາປະຢັດທີ່ມີປະສິດທິພາບໄດ້ຢ່າງທົ່ວເຖິງ. ການໂຄສະນາສົ່ງເສີມການຂາຍຈະໄດ້ດຳເນີນໄປຫຼາຍຮູບແບບ ແລະ ມີສີສັນ ໂດຍຕິດພັນກັບການນໍາໃຊ້ເຄື່ອງໂຄສະນາທີ່ພວກເຮົາໄດ້ຜະລິດຂື້ນເພື່ອເຮັດໃຫ້ວຽກໂຄສະນາ ແລະ ສົ່ງເສີມການຂາຍ ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ໂດຍຮ່ວມກັບສະຫະພັນແມ່ຍິງໃນ 5 ແຂວງ (ແຂວງຫຼວງພະບາງ, ຊຽງຂວາງ, ນະຄອນຫຼວງ, ສະຫວັນນະເຂດ ແລະ ຈຳປາສັກ) ໄດ້ດຳເນີນການໂຄສະນາ ຢ່າງເປັນປົກກະຕິ ເຊີ່ງປະຈຸບັນ ມີຮ້ານຄ້າຈຳໜ່າຍໃນ 2,717 ຮ້ານເກືອບທົ່ວທຸກແຂວງ, ນອກຈາກນັ້ນກໍ່ຍັງມີຄົນກາງຊ່ວຍໃນການກະຈາຍເຕົາ 11 ທ່ານ.


ກິດຈະກຳໂຄສະນາໃນຮູບແບບຕ່າງໆ
ໂຄສະນາໃນຮູບແບບເລາະຂາຍ (Road show)
ການໂຄສະນາຮູບແບບນີ້ແມ່ນຈະດຳເນີນໂດຍທີມງາສະໜັບສະໜູນ, ຮວ່ມກັບພໍ່ຄ້າຄົນກາງ ຫຼື ຜູ້ຜະລິດ ໂດຍເອົາເຕົາໄປເລາະຂາຍຕາມຈຳນວນທີ່ເໝາະສົມ ແລະ ເລາະໄປຕາມຊຸມຊົນທີ່ຍັງບໍ່ທັນເຄີຍໄປ, ບ່ອນທີ່ບໍ່ໃກ້ຈາກພື້ນພາຍໃນແຂວງ ຫຼື ແຂວງໃກ້ຄຽງ. ເປັນການກະຈ່າຍເຕົາເຖິງຜູ້ຊົມໃຊ້ ແລະ ໂຄສະນາທີ່ສາມາດເຂົ້າເຖິງອີກວິທີໜື່ງ.








ການຢ້ຽມຢາມ ແລະ ຂະຫຍາຍຮ້ານຄ້າ
ເປັນວິທີໜື່ງທີ່ສຳຄັນ ເພາະຈະເປັນການຂະຫຍາຍຮ້ານຄ້າໃໝ່ ໃຫ້ຫຼາຍ ແລະ ກວ້າງຂື້ນກວ່າເກ່ົາ ພ້ອມທັງເປັນການຕິດຕາມການຕະຫຼາດຮ້ານຄ້າປະຈຳ ເພື່ອວິເຄາະ ແລະ ປະເມີນຄວາມຕ້ອງການຂອງຜູ້ຊົມໃຊ້ ຕະຫຼອດຮອດ ການຕຳນິຕິຊົມຂອງທັງຮ້ານຄ້າ ແລະ ຜູ້ຊົມໃຊ້.




ໂຄສະນາໃນງານວາງສະແດງ ແລະ ບຸນປະເພນີ
ເປັນການໂຄສະນາທີ່ມີປະສິດທິພາບອີກທາງໜື່ງ ເພາະວ່າງານບຸນປະຈຳປີຈະມີຄົນມາທ່ຽວຫຼາຍເຮັດໃຫ້ຄົນຮູ້ຈັກເຕົາປະຢັດ. ກິດຈະກຳນີ້ຈະມີການຕັ້ງບູດ ຫຼື ຮ້ານໂຄສະນາໂດຍມີ ໂຄສົກ ຂື້ນເວົ້າ ຫຼື ອະທິບາຍຄຸນລັກສະນະຂອງເຕົາ, ມີການຫຼີ້ນເກມ, ແຈກຂອງລາງວັນ, ເຊີນແຂກເຂົ້າມາຮ່ວມເຮັດກິດຈະກຳນຳອີກດ້ວຍ ແລະ ທົດສອບຄຸນນະພາບຂອງເຕົາປະຢັດ ປຽບທຽບກັບເຕົາທົ່ວໄປ ເຊີ່ງໃຊ້ວິທິການຈືນລູກຊີ້ນນຳອີກ.




ໂຄສະນາຮ່ວມກັບອົງການຈັດຕັ້ງອື່ນໆ
ການໂຄສະນາຮ່ວມກັບອົງການຈັດຕັ້ງອື່ນໆ ແມ່ນເປັນກິດຈະກຳທີ່ຊ່ວຍໃນການໂຄສະນາອີກທາງໜື່ງ, ເພາະເຮົາຈະໄດ້ເຮັດກິດຈະກໍາຕ່າງໆຮ່ວມກັນໂດຍມີການເຜີຍແຜ່ການ ກະຈາຍເຕົາໄປໃນຂົງເຂດທີຍັງບໍ່ເຄີຍໃຊ້ ໃຫ້ຮູ້ ແລະ ເຂົ້າໃຈເຖິງຄຸນປະໂຫຍດຂອງເຕົາປະຢັດ ພ້ອມທັງເປັນການໂຄສະນາທີ່ມີຄວາມທົ່ວເຖິງ ເປີດໂອກາດໃຫ້ຜູ້ຊົມໃຊ້ໄດ້ສຳຜັດເຫັນການສົມທຽບເຕົາດ້ວຍຕົວຂອງເຂົາເຈົ້າເອງ ແລະ ເປັນການໂຄສະນາຊວ່ຍອີກຈາກອົງການຈັດຕັ້ງຕ່າງໆ.
ໂຄສະນາ ທາງ ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ເຟດບຸກ
ການໂຄສະນາທາງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ເພສ ຍອດນິຍົມ ເປັນອິກວິທີໜຶ່ງ ທີ່ສາມາດເຂົ້າເຖິງຜູ້ຊົມໃຊ້ ເພາະແຕ່ລະຄົນຈະໄດ້ຮັບຂໍ້ມູນຂ່າວສານຈາກຊ່ອງທາງທີ່ແຕກຕ່າງກັນ ເພື່ອເປັນທ່າແຮງດຶງດູດຄວາມສົນໃຈເຕົາປະຢັດຫຼາຍຂື້ນ.



