
ການຜະລິດ
ຜູ້ຜະລິດເຕົາປະຢັດໃນປະຈຸບັນມີ 28 ແຫ່ງໃນ 7 ແຂວງ ຄື: ແຂວງໄຊຍະບູລີ 1, ແຂວງຫຼວງພະບາງ 3, ແຂວງຊຽງຂວາງ 4, ນະຄອນຫຼວງວຽງຈັນ 7, ແຂວງວຽງຈັນ 1, ສະຫວັນນະເຂດ 6 ແລະ ແຂວງຈຳປາສັກ 6 ໂດຍໄດ້ມີການເຮັດວຽກຮ່ວມກັນຢ່າງໃກ້ສິດໃນຫຼາຍວຽກງານດັ່ງນີ້:


ຜູ້ຜະລິດ ແລະ ການສະໜັບສະໜູນ


ໄດ້ຕິດຕາມ ແລະ ສະໜັບສະໜູນຜູ້ຜະລິດຢູ່ແຕ່ລະແຂວງ ແລະ ແຕ່ລະໂຮງງານ ທຸກຂັ້ນຕອນບໍ່ວ່າຈະເປັນການຜະລິດເຕົາ, ການເຜົາ, ການປັ້ນ, ການເຈາະຮັງເຜິ້ງ ແລະ ອື່ນໆ. ພ້ອມທັງໄດ້ກວດກາວັດແທກເພື່ອໃຫ້ແນ່ໃຈວ່າເຕົາທີ່ຜະລິດອອກມາໄດ້ມາດຕະຖານກ່ອນທີ່ຈະນຳອອກສູ່ທ້ອງຕະຫຼາດ.
1. ການຕິດຕາມ ແລະ ກວດສອບຄຸນນະພາບເຕົາປະຢັດ


ຫຼັງຈາກທີ່ມີການກວດກາມາດຖານຫຼັງການຜະລິດ ແລະ ກ່ອນອອກຈຳໜ່າຍແລ້ວ, ທີມງານຈະໄດ້ມອບສະຕິກເກີ້ໃຫ້ຜູ້ລິດຕາມຈຳນວນທີ່ກວດຜ່ານ ເພື່ອຕິດກ່ອນອອກຈຳໜ່າຍ.
2. ສະໜອງກາໝາຍເຕົາປະຢັດ


ທຸກໆ 3 ເດືອນໃນແຕ່ລະພື້ນທີ່ຈະໄດ້ຈັດໃຫ້ມີກອງປະຊຸມໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງແມ່ນເພື່ອສະຫຼຸບຜົນໄດ້ຮັບໃນໄລຍະ 3 ເດືອນຜ່ານມາ ແລະ ວາງແຜນການຜະລິດໃນ 3 ເດືອນຕໍ່ໄປ. ນອກຈາກນັ້ນ, ກໍ່ໄດ້ມີການປືກສາຫາລື ບັນຫາ, ອຸປະສັກ, ສິ່ງທ້າທາຍ ແລະ ຊອກຫາວິທີແກ້ໄຂຮ່ວມກັນ. ຜ່ານມາເຫັນວ່າຜູ້ຜະລິດໄດ້ມີການແລກປ່ຽນບົດຮຽນນຳກັນ, ກ່ຽວກັບຫົວຂໍ້ຕ່າງໆຂອງການຜະລິດເຕົາປະຢັດ ເຊັ່ນ: ເຕັກນິກຕ່າງໆໃນການຜະລິດ, ຂະບວນການຜະລິດຂອງແຕ່ລະຄົນ ເພື່ອຈະໄດ້ນຳມາເປັນບົດຮຽນ ແລະ ເປັນຕົວຢ່າງໃນການຜະລິດຂອງຕົນຕໍ່ໄປ. ນອກຈາກນັ້ນ, ໃນແຕ່ລະປີ ກໍ່ຈະໄດ້ຈັດກອງປະຊຸມແລກປ່ຽນຮ່ວມກັບຄູ່ຮ່ວມງານບໍ່ວ່າຈະເປັນໜ່ວຍງານທົດສອບ, ສະຫະພັນແມ່ຍິງ, ຜູ້ຜະລິດ ແລະ ທີມງານຮັບຜິດຊອບທັງໝົດ.


3. ກອງປະຊຸມຜູ້ຜະລິດ


ທຸກໆເດືອນ, ທີມງານວິຊາການຈະໄດ້ຊຸ່ມວັດແທກຄ່າມາດຖານຂອງເຕົາແຕ່ລະປະເພດ ແລະ ທຸກໆ 3 ເດືອນຈະໄດ້ຊຸ່ມເອົາເຕົາຕົວຢ່າງເພື່ອໄປທົດສອບປະສິດທິພາບຢູ່ຫ້ອງທົດສອບ. ນອກຈາກນັ້ນ, ກໍ່ໄດ້ ມີການກວດກາບັນດາອຸປະກອນໃນການຜະລິດເຕົາປະຢັດ ລວມທັງຫ້ອງເຜົາເຕົາ ແລະ ກວດກາການດູດອາກາດ, ກວດກາການຄົງໂຕຂອງຫ້ອງເຜົາເຕົາ, ລວມເຖິງວັດຖຸດິບທັງໝົດຂອງການຜະລິດ ເພື່ອໃຫ້ແນ່ໃຈວ່າຍັງຢູ່ໃນສະພາບພ້ອມໃຊ້ງານ ແລະ ໄດ້ມາດຕະຖານທີ່ກຳນົດ.
4. ກວດກາມາດຕະຖານຂອງເຄື່ອງມືທີໃຊ້ໃນການຜະລິດ ແລະ ນຳເຕົາເຂົ້າຫ້ອງທົດສອບ


ເພື່ອເປັນການສະໜັບສະໜູນຜູ້ຜະລິດ, ພວກເຮົາໄດ້ສະໜອງອຸປະກອນທີ່ຈຳເປັນບໍ່ວ່າຈະເປັນຊຸດປັ້ນເຕົາ, ຫຼອດເຈາະ, ກາຈໍ້າໜ້າເຕົາ ແລະ ອື່ນໆ ເພື່ອໃຫ້ເຕົາໄດ້ມາດຖານ.
5. ສະໜອງອຸບປະກອນທີຈຳເປັນໃນການຜະລິດ


ຂະບວນການຜະລິດເຕົາປະຢັດ
1. ການເລືອກດິນ
ການຄັດເລືອກດິນກ່ອນການນໍາມາໃຊ້ໃນການຜະລິດເຕົາມີຄວາມສຳຄັນຫຼາຍ, ຄວນເລືອກແຫຼ່ງດິນທີ່ເໝາະສົມ ແລະ ຂຸດເລິກລົງໄປ ປະມານ 1 ແມັດ ຫາ 3 ແມັດ ຫຼື ຫລາຍກ່ວານັ້ນ. ດິນໜຽວ ຄວນມີດິນສີດຽວລ້ວນ ເຊ່ັນ: ສີເທົາ, ສີເທົາແກ່, ດິນທີ່ມີສີເທົາອອ່ນເວລາເຜົາແລ້ວມັກຈະກາຍ ເປັນສີເຫຼືອງໝົ່ນ, ດິນໜຽວປະເພດນີ້ ເມື່ອນໍາມາປະສົມກັບວັດຖຸດິບອື່ນກ່ໍຈະ ເຮັດໃຫ້ມີຄວາມໜຽວ ແລະ ຂຶ້ນຮູບໄດ້ດີ ນອກຈາກນັ້ນ ດິນບໍ່ຄວນມີເສດພືດ, ຮາກໄມ້ປະປົນ, ກ້ອນຫີນ ຫຼື ມີຊາຍປົນເພາະຈະເຮັດໃຫ້ເຕົາມີການບິດບ້ຽວແຕກງ່າຍຍ້ອນດິນມີການປົນເປື້ອນ.




2. ການບົ່ມ ຫຼື ແຊ່ດິນ
ການບົ່ມ ຫຼື ແຊ່ດິນ ແມ່ນການນໍາເອົາດິນທີ່ໄດ້ຄັດເລືອກຕາມມາດຖານແລ້ວ ມາແຊ່ນໍ້າໃນຂຸມ ຫຼື ອ່າງ ແລ້ວປະໄວ້ປະມານ 1 ມື້ກໍ່ຖືວ່າສາມາດນຳມາປະສົມກັບແກບດຳໄດ້.


3. ການປະສົມດິນ ແລະ ແກບດໍາ
ນຳເອົາດິນໜຽວທີ່ຜ່ານການແຊ່ມາປະສົມກັບແກບດໍາ ໃນອັດຕາສ່ວນ 1/1 ຫລື 1/2 ອີງຕາມຄວາມໜຽວຂອງດິນໃນແຕ່ລະທ້ອງຖີ່ນ, ນໍາມາປະສົມໃນຈັກໂມ້ດິນ ປະມານ 15 ນາທີກໍ່ສໍຳເລັດແລ້ວ ຈະປະສົມດ້ວຍມື ຫລື ເຄື່ອງຈັກ ກໍ່ໄດ້. ການປະສົມດ້ວຍເຄື່ອງຈັກຈະໄດ້ດິນປະສົມເປັນເນື້ອດຽວກັນສະໝ່ຳສະເໜີ ແລະ ວ່ອງໄວກວ່າ, ໃນເວລາການປະສົມດິນຄວນຕື່ມນໍ້າລົງໄປ ຕາມຄວາມເໜາະສົມ ເພື່ອໃຫ້ດິນມີຄວາມຊຸ່ມ ແລະ ເຂົ້າກັນດີ ດິນທີ່ປະສົມແລ້ວຕ້ອງນຳອອກມາປົກໄວ້ປະມານ 15 ນາທີ ກ່ອນນຳໄປຂື້ນຮູບເຕົາ.


4. ການຕັດດິນ
ນຳດິນທີ່ຜ່ານການປະສົມແລ້ວ ມາປັ້ນເປັນກ້ອນຮູບຊົງສີ່ຫຼ່ຽມແຈສາກ ແລະ ຕັດໃຫ້ເປັນແຜ່ນກ່ອນນຳໄປລົງແປະໃສ່ແມ່ແບບປັ້ນເຕົາ.




5. ການໃສ່ຂີ້ເຖົ່າຂາວໃນແມ່ແບບປັ້ນເຕົາ
ການທາຂີ້ເຖົ່າຂາວຕ້ອງນຳແມ່ແບບປັ້ນໄປລູບນໍ້າແລ້ວຄ່ອຍນຳເອົາຂີ້ເຖົ່າຂາວໂຮຍໃສ່ທາງດ້ານໃນຂອງແມ່ແບບກ່ອນເພື່ອບໍ່ໃຫ້ດິນຕິດກັບແບບໃນເວລາຂຶ້ນຮູບໜ່ວຍເຕົາ.


6. ການຂື້ນຮູບເຕົາ
ເອົາແບບເຕົາທີ່ຈະໃຊ້ປັ້ນມາລູບນໍ້າ (ສະເພາະດ້ານໃນ) ພໍໝາດໆ, ເອົາຂີ້ເຖົ່າຂາວມາໂຮຍໃຫ້ທົ່ວທາງດ້ານໃນແບບເຕົາ ເພື່ອບ່ໍໃຫ້ດິນຕິດແບບເຕົາ ເອົາດິນທີ່ກຽມໄວ້ນັ້ນມາປັ້ນ ເປັນແທ່ງສີ່ຫຼຽມຍາວ ປາດດິນເປັນປ່ຽງຕາມທາງຍາວ ໂດຍໃຊ້ເຫຼັກລວດ ເອົາໄປວາງ ແລະ ຕີໃສດ້ານໃນຂອງແບບເຕົາໃຫ້ແໜ້ນ, ໃຊ້ປີກກະເບື້ອຂື້ນຮູບເຕົາຂ້າງໃນ ເອົາໜ້າກົດ ມາກົດລົງປາກເຕົາ ໃຫ້ແໜ້ນ ແລ້ວຍົກໜ້າກົດອອກ, ເອົາມີດ ປາດຂອບເຕົາໃຫ້ລະອຽດຈຶ່ງ ນໍາໄປຖອດແບບ ໃສ່ແປ້ນຮອງ.




7. ການແຕ່ງເຕົາຖ່ານ
ເມ່ື່ອປັ້ນເຕົາຮຽບຮ້ອຍແລ້ວຈະຕ້ອງປະໃຫ້ດິນແຫ້ງໝາດໆ ປະມານ 1-2 ວັນ ໂດຍອີງຕາມສະພາບອາກາດ ແຕ່ງເສົາ ແລະ ປາກເຕົາໂດຍໃຊ້ມີດນ້ອຍປາຍແຫຼມແຕ່ງໃຫ້ມີຄວາມສວຍງາມ ເຈາະຊ່ອງລົມ (ປ່ອງອາກາດ) ດ້ານໜ້າເຕົາໃຫ້ຢູ່ລະຫ່ວາງເສົາທັງສອງ ເຈາະຈາກພື້ນປະມານ 2 ຊັງຕີແມັດ ແລະ ສູງ 5 ຊັງຕີແມັດ ແລະ ກ້ວາງ 12 ຊັງຕີແມັດ, ເອົາເຕົາທີ່ແຕ່ງແລ້ວໄປຕາກໃຫ້ແຫ້ງດີ ກ່ອນທີ່ຈະນໍາໄປ ເຜົາໃຫ້ສຸກ.


8. ການແຕ່ງເຕົາຟືນ
ເມ່ື່ອປັ້ນເຕົາຮຽບຮ້ອຍແລ້ວຈະຕ້ອງປະໃຫ້ດິນແຫ້ງໝາດໆ ປະມານ 1-2 ວັນ ແຕ່ງເສົາ ແລະ ປາກເຕົາໂດຍໃຊ້ມີດແຕ່ງໃຫ້ສວຍງາມ ເຈາະຊ່ອງລົມດ້ານລຸ່ມ (ປ່ອງອາກາດ) ດ້ານໜ້າເຕົາເບື້ອງເທິງໃຫ້ຢູ່ ລະຫ່ວາງເສົາທັງສອງ ເຈາະດ້ານເທິງປະມານ 140 ຊັງຕີແມັດ, ສູງ 55 ຊັງຕີແມັດ ແລະ ຄວາມກວ້າງດ້ານລຸ່ມ 120 ຊັງຕີແມັດ ເອົາເຕົາທີ່ແຕ່ງແລ້ວໄປຕາກໃຫ້ແຫ້ງດີ ກ່ອນທີ່ຈະນໍາໄປ ເຜົາໃຫ້ສຸກ.


9. ການເຮັດລີ້ນເຕົາ (ຮັງເຜີ້ງ)
ເອົາດິນໜຽວທີ່ໝັກແລ້ວມາປະສົມກັບແກບດໍາ ໃນອັດຕາສວ່ນ 1/1 ຫຼື 1/2 ແລ້ວແຕ່ຄວາມໜຽວຂອງດິນ ມາປະສົມໃຫ້ເຂົ້າກັນດີ, ເອົາດິນທີປະສົມນັ້ນຕີລົງໃນແບບຂະໜາດເສັ້ນຜ່າໃຈກາງ 19 ຫາ 20 ຊັງຕີແມັດ, ໜາ 4 ຊັງຕີແມັດ ໃຊ້ມືກົດໃຫ້ແໜ້ນປາດແຕ່ງໃຫ້ຮຽບຮ້ອຍ ແລະ ຖອດແບບອອກ, ຕາກດິນໃຫ້ແຫ້ງພໍໝາດປະມານ 2 ວັນ ໂດຍອີງຕາມສະພາບອາກາດ ໃຊ້ຫລອດເຈາະຮູຮັງເຜີ້ງ ເຈາະຮູຕາມແບບ ຊຶ່ງ ມີ 52 ຮູຂອງເຕົາຖ່ານ ແລະ 61 ຮູຂອງເຕົາໄມ້ຟືນ ສໍາເລັດແລ້ວນໍາໄປຕາກໃຫ້ແຫ້ງ ເພື່ອລໍຖ້າການເຜົາຕ່ໍໄປ.


10. ການຍ້ອມສີເຕົາ
ເປັນປັດໃຈໜື່ງທີ່ສໍາຄັນໃນການຜະລິດເຕົາ ຈະເຮັດໃຫ້ເຕົາ ມີສີສັນເປັນລັກສະນະດຽວກັນ ແລະ ມີຄວາມງາມຂື້ນ ຄວນຄັດເລືອກເອົາດິນແດງ ຕາມທຳມາຊາດມາເປັນແມ່ສີ, ເອົາດິນແດງທີ່ສະອາດ ມາແຊ່ນ້ຳ ແລະ ຄົນໃຫ້ເຂົ້າກັນ. ບໍ່ຄວນໜຽວ ຫຼື ແຫຼວຈົນເກີນໄປ ນຳເອົາເຕົາທີ່ຕາກແຫ້ງດີແລ້ວ ມາຈຸ່ມລົງໃນແອ່ງ ຫຼື ຖັງ ທີ່ມີສີດິນຍ້ອມເຕົາ ໂດຍຈະຈັບທາງເບື້ອງລຸ່ມຂອງເຕົາ ແລະ ນຳໜ້າເຕົາຈຸ່ມລົງໃນນ້ຳສີ ແລະ ນຳໄປຕາກໄວ້ປະມານ 2-3 ຊົ່ວໂມງ ໃຫ້ສີແຫ້ງແລ້ວຂົນເຂົ້າຫ້ອງເຜົາເຕົາຕໍ່ໄປ.


11. ຫ້ອງເຜົາເຕົາໃຊ້ແກບເປັນເຊື້ອເພີງ
ເປັນປັດໃຈໜື່ງທີ່ສໍາຄັນໃນການຜະລິດເຕົາ ຈະເຮັດໃຫ້ເຕົາ ມີສີສັນເປັນລັກສະນະດຽວກັນ ແລະ ມີຄວາມງາມຂື້ນ ຄວນຄັດເລືອກເອົາດິນແດງ ຕາມທຳມາຊາດມາເປັນແມ່ສີ, ເອົາດິນແດງທີ່ສະອາດ ມາແຊ່ນ້ຳ ແລະ ຄົນໃຫ້ເຂົ້າກັນ. ບໍ່ຄວນໜຽວ ຫຼື ແຫຼວຈົນເກີນໄປ ນຳເອົາເຕົາທີ່ຕາກແຫ້ງດີແລ້ວ ມາຈຸ່ມລົງໃນແອ່ງ ຫຼື ຖັງ ທີ່ມີສີດິນຍ້ອມເຕົາ ໂດຍຈະຈັບທາງເບື້ອງລຸ່ມຂອງເຕົາ ແລະ ນຳໜ້າເຕົາຈຸ່ມລົງໃນນ້ຳສີ ແລະ ນຳໄປຕາກໄວ້ປະມານ 2-3 ຊົ່ວໂມງ ໃຫ້ສີແຫ້ງແລ້ວຂົນເຂົ້າຫ້ອງເຜົາເຕົາຕໍ່ໄປ.


12. ຫ້ອງເຜົາເຕົານຳໃຊ້ຟືນເປັນເຊື້ອເພີງ
ໂຄງສ້າງຫ້ອງເຜົາ ຄວນມີແບບເປັນ ອຸມົງ ຂະໜາດ 1.7x4 ແມັດ. ສູງ 1.7 – 1.75 ແມັດ ສ້າງດ້ວຍດິນໜຽວປະສົມຊາຍ, ມີຫຼັງຄາມຸງ ເພື່ອກັນຝົນ. ການວາງເຕົາເຂົ້າເຕົາເຜົາບໍ່ຄວນລຽງເຕົາສູງເກີນໄປ, ລຽງປະມານບໍ່ເກີນ 4 ຊັ້ນ ຖືວ່າ ເໝາະສົມແລ້ວ ການລຽງເຕົາຄວນລຽງແບບສະຫລັບຄວໍ້າ ແລະ ຫງາຍ, ຊອກຫາຊ່ອງຫວ່າງຂອງເຕົາ ໃຫ້ເອົາຮັງເຜີ້ງທີ່ແຫ້ງແລ້ວ ມາວ່າງໃສ່ ບໍ່ຄວນລຽງເຕົາຕິດກັນເກີນໄປ. ການເຜົາເຕົາໂດຍທົ່ວໄປແມ່ນໃຊ້ໄມ້ຟືນເປັນເຊື້ອເພີງເທົ່ານັ້ນ. ເຜົາໂດຍການຈູດໄມ້ຟືນ ເຊິ່ງໃນຂັ້ນຕອນການເຜົານີ້ ຕ້ອງມີການ ຄຸມໄຟ ຄ່ອຍຕື່ມໄມ້ຟືນປະມານ 1 ວັນ, ເຕົາ ແລະ ຮັງ ເຜີ້ງຈະສຸກ. ປ່ອຍໃຫ້ເຢັນຈຶ່ງນຳເອົາເຕົາອອກເພື່ອບັນຈຸລົງຄຸ ຕ່ໍໄປ.


13. ການປະກອບເຕົາລົງຄຸ ແລະ ການບັນຈຸສະນວນກັນຄວາມຮ້ອນເຕົາຖ່ານ
ເພື່ອເຮັດໃຫ້ເຕົາມີຄວາມແຂງແຮງທົນທານ, ສະອາດ ແລະ ສາມາດເຄື່ອນຍ້າຍໄດ້ສະດວກໂດຍມີຂັ້ນຄື:
ເອົາຄຸທີ່ຈະໃສ່ເຕົາເຈາະຊ່ອງອາກາດໃຫ້ກົງກັບໜ້າເຕົາ.
ເອົາດິນໜຽວທີ່ປະສົມກັບແກບດໍາໃນອັດຕາສ່ວນປະສົມ 1/12 ປະສົມໃຫ້ເຂົ້າກັນ.
ເອົາເຕົາທີ່ເຜົາສຸກແລ້ວ ລົງໃສ່ຄຸ ເອົາດິນໜຽວທີ່ປະສົມ ກັບແກບດໍາຍັດລົງຂ້າງເຕົາໃຫ້ແໜ້ນ.
ເອົາຊີມັງ 1 ສ່ວນ ປະສົມກັບຊາຍລະອຽດ 1 ສ່ວນ ແລດໃສ່ທີ່ຂອບປາກເຕົາເບື້ອງເທິງ ແລະ ຊ່ອງອາກາດ ເພື່ອບ່ໍໃຫ້ສະໜວນພາຍໃນຄຸໄຫລອອກ.


14. ການປະກອບຮັງເຜິ້ງ ແລະ ສະໜວນສົ່ງຄວາມຮ້ອນພາຍໃນ
ເອົາຮັງເຜີ້ງທີ່ສຸກແລ້ວມາໃສ່ໃນເຕົາ ໃຫ້ສັງເກດເບິ່ງຮູ ຮັງເຜິ້ງ ຊຶ່ງປົກກະຕິຮູດ້ານລຸ່ມຈະໃຫ່ຍກ່ວາ ຮູດ້ານເທິງ, ເອົາດິນລ້ວນປະສົມກັບແກບດໍາ ໃນອັດຕາສ່ວນ 2/10 ມາປະສົມໃຫ້ເຂົ້າກັນແລ້ວ ເອົາມາທາພາຍໃນຫ້ອງເຜົາໄໜ້ດ້ານໃນຂອງເຕົາເພື່ອເປັນສະໜວນສົ່ງຄວາມຮ້ອນ.




15. ການປະກອບເຕົາລົງຄຸ ແລະ ການບັນຈຸສະໜວນກັນຄວາມຮ້ອນເຕົາໄມ້ຟືນ
ເພື່ອເຮັດໃຫ້ເຕົາມີຄວາມແຂງແຮງທົນທານ, ສະອາດ ແລະ ສາມາດເຄື່ອນຍ້າຍໄດ້ສະດວກໂດຍມີຂັ້ນຕອນຄື:
1. ເອົາຄຸທີ່ຈະໃສ່ເຕົາເຈາະຊ່ອງອາກາດໃຫ້ກົງກັບໜ້າເຕົາ.
2. ເອົາດິນໜຽວທີ່ປະສົມກັບແກບດໍາໃນອັດຕາສ່ວນປະສົມ 1/12 ປະສົມໃຫ້ເຂົ້າກັນ.
3. ເອົາເຕົາທີ່ເຜົາສຸກແລ້ວ ລົງໃສ່ຄຸ ເອົາດິນໜຽວທີ່ປະສົມ ກັບແກບດໍາຍັດລົງຂ້າງເຕົາໃຫ້ ແໜ້ນ.
4. ເອົາຊີມັງ 1 ສ່ວນ ປະສົມກັບຊາຍລະອຽດ 1 ສ່ວນ ແລດໃສ່ທີ່ຂອບປາກເຕົາເບື້ອງກົ້ນຄຸດ້ານລຸ່ມ ແລະ ເພື່ອບ່ໍໃຫ້ສະໜວນ ພາຍໃນຄຸໄຫລອອກ.

