ສືບຕໍ່ການແຈກຢາຍເຕົາປະຢັດໃຫ້ປະຊາຊົນໄດ້ນຳໃຊ້
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
ທີມງານເຕົາປະຢັດ ຮ່ວມກັບ ສະຫະພັນແມ່ຍິງ ໄດ້ສືບຕໍ່ແຈກຢາຍເຕົາປະຢັດໃຫ້ພໍ່ແມ່ປະຊາຊົນໄດ້ນຳໃຊ້, ໃນນັ້ນເຮົາໄດ້ມີກິດຈະກຳປຽບທຽບລະຫວ່າງການນຳໃຊ້ເຕົາປະຢັດ ແລະ ເຕົາດຳ ເພື່ອໃຫ້ເຫັນຄວາມແຕກຕ່າງ ຕະຫຼອດຮອດຄຸນນະພາບຂອງການນຳໃຊ້ ໄຟແຮງ, ປະຢັດຖ່ານ ແລະ ຄວັນໜ້ອຍ. ພວກເຮົາໄດ້ເດີນທາງໄປທີບ້ານໂນນສະຫວ່າງ ໄດ້ມອບເຕົາໃຫ້ຄອບຄົວເປົ້າໝາຍຈຳນວນ 150 ໜ່ວຍ, ບ້ານປາກອູ ແລະ ບ້ານຫາດມາດ ເມືອງປາກອູ ແຂວງຫລວງພະບາງ ຈຳນວນ 168 ໜ່ວຍ, ບ້ານອຸດົມມີໄຊ ເມືອງອຸທຸມພອນ ແຂວງຈຳປາສັກ ຈຳນວນ 154 ໜ່ວຍ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈໍານວນ 150 ໜ່ວຍ.





