ກອງປະຊຸມຜູ້ຜະລິດເຕົາປະຢັດ ປະຈຳ 3 ເດືອນ ທີ່ແຂວງສະຫວັນນະເຂດ
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
ໃນວັນທີ 23 ສິງຫາ 2023, ທີມງານເຕົາປະຢັດແຂວງສະຫວັນນະເຂດ ຮ່ວມກັບສະຫະພັນແມ່ຍິງແຂວງ, ພະແນກອຸດສະຫະກຳ-ການຄ້າແຂວງ ແລະ ຜູ້ຜະລິດ ໄດ້ຈັດກອງປະຊຸມປະຈຳໄຕມາດ 3 ເດືອນ (ພຶດສະພາ-ກໍລະກົດ) ຂື້ນທີ່ ບ້ານພີນໃຕ້ ເມືອງອຸທຸມພອນ ແຂວງສະຫວັນນເຂດ, ເຊິ່ງມີຜູ້ເຂົ້າທັງໝົດ 19 ທ່ານ (ຍິງ 9 ທ່ານ). ຈຸດປະສົງແມ່ນລາຍງານຜົນໄດ້ຮັບ, ຜົນສຳເລັດຂອງການຜະລິດ, ບັນຫາ, ວິທີແກ້ໄຂ ແລະ ຂໍ້ສະເໜີ ພ້ອມນັ້ນກໍ່ໄດ້ວາງແຜນການຜະລິດເຕົາປະຢັດເດືອນຕໍ່ໄປຮ່ວມກັບຜູ້ຜະລິດ.
ໃນໄລຍະ 3 ເດືອນຜູ້ຜະລິດ ສາມາດຜະລິດເຕົາປະຢັດໄດ້ 10,360 ໜ່ວຍ, ນອກຈາກນັ້ນພວກເຮົາກໍ່ໄດ້ກວດກາຄຸນນະພາບເຕົາ, ວາງແຜນແຈກຢາຍໃຫ້ກັບຄອບຄົວບ້ານເປົ້າໝາຍ 2ຄັ້ງ/ເດືອນ ແຕ່ຍ້ອນສະພາບອາກາດຝົນຕົກເຮັດໃຫ້ການຜະລິດເຕົາມີຄວາມຫຍຸ້ງຍາກ, ເຮັດໃຫ້ເຕົາບໍ່ແຫ້ງ ແລະ ບໍ່ສາມາດເອົາເຂົ້າເຜົາໄ

