ເຕົາປະຢັດ 1,000 ກວ່າໜ່ວຍພ້ອມຈຳໜ່າຍ ໃນຕົ້ນເດືອນ ກັນຍາ 2023;
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
ທີມງານເຕົາປະຢັດ ໄດ້ສືບຕໍ່ລົງຕິດຕາມການຜະລິດເຕົາປະຢັດໃນແຕ່ລະພື້ນທີ່ ເພື່ອຮັບປະກັນຄຸນະພາບກ່ອນອອກຈຳໜ່າຍ, ຜູ້ຜະລິດເອງກໍ່ໄດ້ເອົາໃຈໃສ່ທຳການຜະລິດຢ່າງຕໍ່ເນື່ອງ ເຖິງຈະພົບພໍ້ອຸປະສັກດ້ານສະພາບອາກາດບໍ່ເອື້ອອຳນວຍ ຝົນຕົກໜັກໃນບາງພື້ນທີ່ ເຮັດໃຫ້ນ້ຳຖ້ວມ, ຫ້ອງເຜົາເຕົາຫຍຸບໂຕ ຫຼື ສະຖານທີ່ບໍ່ພຽງພໍໃນການເກັບມ້ຽນເຕົາ ທີມງານພວກເຮົາໄດ້ໃຫ້ການຊ່ວຍເຫຼືອຕ່າງໆເຊັ່ນວ່າ: ລົງປະເມີນການປັບປຸງຫ້ອງເຜົາເຕົາ, ສະໜັບສະໜູນທືນໃນການຂະຫຍາຍພື້ນທີ່ ແລະ ອື່ນໆ. ເຊິ່ງໃນນັ້ນຜູ້ຜະລິດໃນທຸກພື້ນທີ່ກໍ່ສາມາດຜະລິດເຕົາໄດ້ຈຳນວນຫຼາຍ ເພື່ອໃຫ້ສາມາດນຳໃຊ້ໄດ້ທຸກຄົວເຮືອນ ລວມທັງຮ້ານຄ້າຂາຍ ແລະ ຮ້ານອາຫານ, ໃນຕົ້ນເດືອນກັນຍາ 2023 ຜະລິດເຕົາໄດ້ 1,000 ກວ່າໜ່ວຍ ປະກອບມີ: ໂຮງງານ ນາງ ຂັນພອນ ຜະລິດໄດ້ 287 ໜ່ວຍ, ທ່ານ ອຳພອນ 31 ໜ່ວຍ, ນາງ ຄຳມ່ວນ 348 ໜ່ວຍ, ນາງ ດາວັນ 314 ໜ່ວຍ, ທ່ານ ບຸນຊົມ 40 ໜ່ວຍ, ນາງ ຈິດສະໜາ 220 ໜ່ວຍ ທີ່ແຂວງຈຳປາສັກ, ໂຮງງານ ທ່ານ ນາງບົວທອງ 120 ໜ່ວຍ ແລະ 600 ໜ່ວຍທີ່ແຂວງຊຽງຂວາງ.





