ສຳເລັດການແຈກຢາກເຕົາປະຢັດ 1,000 ກວ່າໜ່ວຍ
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
ໃນອາທິດທີ່ຜ່ານມາ, ຜູ້ຜະລິດເຕົາປະຢັດທຸກພື້ນທີ່ໄດ້ເອົາໃຈໃສ່ທຳການຜະລິດເຕົາເພື່ອທີ່ຈະໃຫ້ທີມງານນຳເອົາເຕົາປະຢັດລົງແຈກຢາຍໃຫ້ປະຊາຊົນໄດ້ນຳໃຊ້ຢ່າງທົ່ວເຖິງ, ໃນນັ້ນພວກເຮົາໄດ້ສຳເລັດການແຈກຢາກຢາຍເຕົາປະຢັດ ຈຳນວນ 1,000 ກວ່າໜ່ວຍ.
ທີມງານເຕົາປະຢັດພື້ນທີ່ນະຄອນຫຼວງວຽງຈັນ ຮ່ວມກັບສະຫະພັນແມ່ຍິງນະຄອນຫຼວງ-ແມ່ຍິງເມືອງ ໄດ້ລົງແຈກຢາຍເຕົາປະຢັດທີ່ບ້ານ ກົ້ວ ເມືອງສັງທອງ ຈໍານວນ 150 ໜ່ວຍ, ບ້ານ ນາລ່ຽນ ເມືອງນາຊາຍທອງນະຄອນຫຼວງວຽງຈັນ ຈໍານວນ 150 ໜ່ວຍ, ບ້ານ ນາ ສາມາດແຈກຢາຍເຕົາໄດ້ 160 ໜ່ວຍ, ບ້ານໂພນ 105 ໜ່ວຍ, ເມືອງ ໂຂງ, ບ້ານ ສູລະ 144 ໜ່ວຍ ບ້ານ ນາງງາມ 135 ໜ່ວຍ ເມືອງຊະນະສົມບູນ ແຂວງຈຳປາສັກ, ບ້ານ ຈອມສີ ເມືອງຄໍາ ແຂວງ ຊຽງຂວາງ ຈຳນວນ 142 ຫນ່ວຍ, ບ້ານ ຫ້ວຍແປນ ເມືອງປາກອູ ແຂວງ ຫຼວງພະບາງ ຈຳນວນ 142 ໜ່ວຍ.





