ສຳເລັດການຝຶກອົບຮົມກ່ຽວກັບວິທີການເກັບຂໍ້ມູນທຽບຖານເຕົາໄຟຟ້າ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

9/21/20231 min read

ພວກເຮົາໄດ້ສຳເລັດການຝຶກອົບຮົມກ່ຽວກັບວິທີການເກັບຂໍ້ມູນທຽບຖານເຕົາໄຟຟ້າ ໃນວັນທີ 12-13 ກັນຍາ 2023, ເຊິ່ງຈັດຂື້ນທີ່ ຫ້ອງປະຊຸມ ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ບ້ານ ໂພນສະຫວ່າງໃຕ້, ນະຄອນໄກສອນ, ແຂວງສະຫວັນນະເຂດ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເກັບກຳຂໍ້ມູນເບຶ້ອງຕົ້ນ ໂດຍນໍາໃຊ້ໂທລະສັບ (Online form), ອະທິບາຍຄວາມເປັນມາ ແລະ ຈູດປະສົງຂອງໂຄງການເຕົາແມ່ເຫຼັກໄຟຟ້າລາວ ແລະ ເຕົາ ICS, ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນປະໂຫຍດ ແລະ ໂທດຂອງການນຳໃຊ້ເຕົາ ICS ແລະ ເຕົາ E-Cooking ທີ່ມີຜົນກະທົບຕໍ່: ສຸຂະພາບ, ສະພາບແວດລ້ອມ ແລະ ການປ່ຽນແປງຂອງສະພາບອາກາດ, ມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ເຊັ່ນ: TEM, SNV, ATEC, Lao Women Union and ARMI.

“ການກຳນົດໂອກາດ ແລະ ສິ່ງທ້າທາຍຕ່າງໆ ໃນການສົ່ງເສີມປຸງແຕ່ງອາຫານດ້ວຍອຸປະກອນໄຟຟ້າ (e-cooking) ໃນ ສ ປປ ລາວ” ເປັນອີກໂຄງການໜື້່ງທີ່ໄດ້ຮັບການຊ່ວຍເຫຼືອຈາກ ອົງການ SNV ໃນການຊ່ວຍປະຊາຊົນຫັນປ່ຽນໄປສູ່ການປຸງແຕ່ງອາຫນທີ່ສະອາດ ໂດຍສະເພາະແມ່ນປະຊາຊົນເຂດຊົນນະບົດ ຊື່ງການຄົວກິນຍັງນຳໃຊ້ຟືນຢູ່ ເຮັດໃຫ້ຄວັນໄຟເຂົ້າໄປໃນຮ່າງກາຍເປັນອັນຕະລາຍຕໍ່ສຸຂະພາບ ດັ່ງນັ້ນ ການສົ່ງເສີມປຸງແຕ່ງອາຫານດ້ວຍການນຳໃຊ້ໄຟຟ້າ ຈື່ງເໝາະສົມທີ່ສຸດ ສຳລັບ ສ ປປ ລາວ ຖືເປັນດານຫຼຸດຜ່ອນຄວາມທຸກຍາດຂອງປະຊາຊົນລາວ.