ເຕົາປະຢັດ 1,000 ກວ່າໜ່ວຍພ້ອມຈຳໜ່າຍທີ່ແຂວງໄຊຍະບູລີ
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
ການສົ່ງເສີມນຳໃຊ້ເຕົາປະຢັດ ກໍເປັນອີກໜື່ງໜ້າວຽກທີ່ພວກເຮົາ ຮ່ວມກັບ ຜູ້ຜະລິດ ແລະ ຜູ້ຮັບເໝົາ ໂດຍການເອົາເຕົາປະຢັດໄປຂາຍເປັນຈຳນວນຫລາຍ ໃນລາຄາທີ່ສົມເຫດສົມຜົນ ເພື່ອໃຫ້ທຸກຄົນໄດ້ສາມາດເຂົ້າຮອດເຈົ້າເຖິງການນຳໃຊ້ເຕົາທີ່ມີປະສິດທີພາບ ແລະ ເຮັດດ້ວຍສີມືຄົນລາວເຮົາເອງ.
ໃນຕົ້ນເດືອນ ກັນຍາ 2023, ເຕົາໄດ້ຖືກຂົນຂຶ້ນລົດບັນທຸກ ເພື່ອນຈັດສົ່ງໄປທີ່ ແຂວງໄຊຍະບູລີ ເຊິ່ງເປັນ ເຕົາຈຳນວນ 1,241 ໜ່ວຍ ປະກອບມີໂຮງງານ ທ່ານ ແກ້ວ 471 ໜ່ວຍ, ທ່ານ ເສືອ 470 ໜ່ວຍ ແລະ ທ່ານ ຈ່ອຍ 300 ໜ່ວຍ.

