ເຕົາປະຢັດ 700 ກວ່າໜ່ວຍ ພ້ອມແລ້ວທີ່ຈະອອກຈຳໜ່າຍ
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
“ເຕົາປະຢັດ” ແມ່ນເຕົາທີ່ຄົນລາວເຮົາທຳການຜະລິດເອງ ເພື່ອໃຫ້ເຕົາມີຄຸນນະພາບ, ຜ່ານການທົດສອບຈາກພະແນກພະລັງງານ ແລະ ບໍ່ແຮ່ ເພື່ອຮັບປະກັນ ແລະ ການໃຊ້ງານທີ່ຍາວນານ ພ້ອມທັງປະຢັດພືນ, ຖ່ານ ລວມເຖິງຫຼູດຜ່ອນອາຍຄວັນມົນລະຜິດອີກດ້ວຍ.
ອີງຕາມຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນໃນການຊົມໃຊ້ເຕົາປະຢັດ, ພວກເຮົາທີມງານທຸກພື້ນ ພ້ອມດ້ວຍຜູ້ຜະລິດໄດ້ເລັ່ງທຳການຜະລິດເຕົາປະຢັດໄດ້ເຖິງ 700 ກວ່າໜ່ວຍໃນທ້າຍ ເດືອນກໍລະກົດ 2023.
ທີມງານແຂວງຈຳປາສັກ ໄດ້ລົງຕິດຕາມກວດກາ ຜູ້ຜະລິດ ຢູ່ບ້ານຄີລີ ແລະ ບ້ານໂນນສະຫວັນ ເມືອງ ຊະນະສົມບູນ ທີ່ໂຮງງານ ນາງດາວັນ ສາມາດຜະລິດເຕົາປະຢັດໄດ້ 261 ໜ່ວຍ, ໂຮງງານ ນາງ ຄຳມ່ວນ196 ໜ່ວຍ, ໂຮງງານທ່ານ ອຳພອນ 74 ໜ່ວຍ ແລະ ໂຮງງານທ່ານ ນາງ ໜູຜິດ ບ້ານຜານົມ ນະຄອນຫຼວງພະບາງ ຜະລິດໄດ້ 250 ໜ່ວຍ.





