ສືບຕໍ່ແຈກຢາຍເຕົາປະຢັດໃຫ້ພໍ່ແມ່ປະຊາຊົນໄດ້ຊົມໃຊ້
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
ພວກເຮົາສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI) ໄດ້ສຸມໃສ່ຊຸກຍູ້ໃຫ້ປະຊາຊົນນຳໃຊ້ເຕົາປະຫຍັດໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ເປັນການຫຼຸດຜ່ອນມົນລະພິດທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນສັງຄົມ.
ວັນທີ 22 ພຶດສະພາ 2023, ພວກເຮົາໄດ້ແຈກຢາຍເຕົາປະຢັດໃຫ້ກັບປະຊາຊົນທີ່ຢູ່ 2 ບ້ານຄື: ບ້ານ ດອນແດງ, ເມືອງປະທຸມພອນ, ແຂວງຈຳປາສັກ ແລະ ບ້ານ ຊໍ້, ເມືອງສັງທອງ, ນະຄອນຫຼວງວຽງຈັນ ທັງໝົດ 301 ໜ່ວຍ.

