ສຳເລັດການຝຶກອົບຮົມເບື້ອງຕົ້ນກ່ຽວກັບການທົດສອບດິນສຳລັບການຜະລິດເຕົາໄຟ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

2/2/20251 min read

ການທົດສອບດິນເປັນອີກວຽກໜື່ງທີ່ພວກເຮົາ ຕ້ອງໄດ້ກວດສອບ ແລະ ທົດສອບຕົວຢ່າງດິນໃນແຕ່ລະໂຮງງານ ແລະ ແຕ່ລະບໍ່ດິນ, ເພື່ອກຳນົດປະເພດ ແລະ ດິນທີ່ໄດ້ມາດຕະຖານ ແລະ ອັດຕາສ່ວນປະສົມຂອງດິນແຕ່ລະຊະນິດສຳລັບຜະລິດເຕົາ; ໃນວັນທີ 27 ກຸມພາ 2025, ພວກເຮົາໄດ້ສຳເລັດກິດຈະກຳການທົດສອບດິນ ໄດ້ຈັດຂື້ນທີ່ ຫ້ອງທົດສອບເຕົາໄຟ, ຄະນະວິສະວະກຳສາດ; ມີຜູ້ເຂົ້າຮ່ວມ ທັງໝົດ 16 ທ່ານ. ການຝຶກອົບຮົ່ມນີ້ເຫັນວ່າ ທຸກທ່ານເຂົ້າຮ່ວມແມ່ນໃຫ້ຄວາມຮ່ວມມື ແລະ ສົນໃຈຫຼາຍໃນເນື້ອໃນການຝຶກອົບຮົ່ມ ໂດຍສະເພາະ ແມ່ນຜູ້ຜະລິດເຕົາທີ່ເຂົ້າຮ່ວມແມ່ນເພີ່ນມີຄວາມສົນໃຈຫຼາຍ ເນື່ອງຈາກບົດຮຽນທີ່ຝຶກມາສາມາດນຳເອົາໄປໃຊ້ໃນກັບໂຮງງານຂອງຕົນເອງ ແລະ ພັດທະນາທັກສະເພາະດ້ານໃຫ້ເເກ່ຜູ້ຜະລິດເອງ.

*************************

Soil testing is one of task that we have to inspect and test soil samples in each producer and each soil pit, to determine the type and standard soil and the mixing ratio of each soil type for stove production; On February 27, 2025, we completed the soil testing activity held at the Stove Testing Room, Faculty of Engineering; There were a total of 16 participants. This training showed that all participants were cooperative and very interested in the training content, especially the producers who participated were very interested because the lessons learned can be applied to their own factories and develop specific skills for the producers themselves.