ເຂົ້າຮ່ວມແລກປ່ຽນຮຽນຮູ້ກີດຈະກໍາເປີດບ້ານປອດຄວັນໄຟ ທີ່ແຂວງກຳປົດ ປະເທດກຳປູເຈຍ
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
ໃນວັນທີ 14-17 ມັງກອນ 2025, ທີມງານເຕົາປະຢັດ ຮ່ວມກັບ SNV ແລະ ພາກລັດ ໄດ້ເດີນທາງໄປເຂົ້າຮ່ວມແລກປ່ຽນຮຽນຮູ້ກິດຈະກໍາບ້ານປອດຄວັນໄຟ ທີ່ແຂວງກຳປົດ ປະເທດກຳປູເຈຍ ເຊິ່ງໄດ້ໄດ້ຢ້ຽມຢາມສຸກສາລາ ເບີ່ງການມີສ່ວນຮ່ວມຂອງແພດໝໍໃນການໃຫ້ຄວາມຮູ້ກ່ຽວກັບບັນຫາສຸຂະພາບທີ່ໄດ້ຮັບຜົນກະທົບຈາກຄວັນໄຟໃນຄົວເຮືອນ, ຫຼັງຈາກນັ້ນກໍ່ໄດ້ຢ້ຽມຢາມໂຮງຮຽນເບີ່ງກິດຈະກຳການຮຽນການສອນກ່ຽວກັບການແຕ່ງກີນດ້ວຍເຕົາໄຟຟ້າ ເຕົາແກັສ ໃຫ້ກັບນ້ອງໆນັກຮຽນ, ໄດ້ຢ້ຽມຢາມຊຸມຊົນເບີ່ງກິດຈະກຳສົ່ງເສີມໃຫ້ຄວາມຮູ້ເຊີ່ງຄະນະບ້ານໄດ້ໃຫ້ຄວາມຮູ້ກ່ຽວກັບການນໍາໃຊ້ເຕົາສະອາດເຂົ້າໃນການແຕ່ກິນໃນຄົວເຮືອນ, ທີ່ສຳຄັນໄດ້ເຂົ້າຮ່ວມພິທີປະກາດບ້ານປອດຄວັນໄຟທີ່ຈັດຢ່າງຍິ່ງໃຫຍ່ມີຜູ້ເຂົ້າຮ່ວມປະມານ 800 ຄົນ. ຜູ້ເຂົ້າແລກປ່ຽນຮຽນຮູ້ໃນຄັ້ງນີ້ຮູ້ສືກດີໃຈ ພູມໃຈ ທີ່ໄດ້ເຂົ້າຮ່ວມກິດຈະກໍານີ້ ໄດ້ປະສົບການ ໄດ້ຮຽນຮູ້ວີທີການເຮັດວຽກກັບຂັ້ນທ້ອງຖີ່ນ ແລະ ອົງການຈັດຕັ້ງຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍ ແລະ ຍັງສາມາດຖອດຖອນບົດຮຽນມານໍາໃຊ້ໄດ້ອີກ ໄດ້ເຫັນຄວາມແຕກຕ່າງໃນຫຼາຍໆດ້ານ ເຫັນຄວາມເອົາໃຈໃສ່ຂອງແຕ່ລະກຸ່ມ.
*************************
On January 14-17, 2025, the ICS Team, together with SNV and Government officers traveled to participate and exchange visit in the smoke-free village opening ceremony in Kampot Province, Cambodia. Visited a health center how to raise awareness and provide the knowledge about how smoke from the kitchen impact to health, after that visited school to see how teachers raise awareness for their students and also teaching the students cooking by using the electric cookers. Then visited the village council provided information on the use of clean stoves for household cooking. Finally visited the ceremony and announcement on smoke fee village that more than 800 people participated. the participants were happy and proud to have participated in this event, gained experience, learned how to work with local authorities and organizations to achieve goals and can also learn lessons to apply. We saw differences in many aspects and saw the attention of each group.








