ສືບຕໍ່ເກັບຂໍ້ມູນຄອບຄົວເປົ້າໝາຍບ້ານປອດຄວັນໄຟ ແລະ ທົດແທນຄືນໃຫ້ຄອບຄົວທີ່ຊົມໃຊ້ເຕົາໄຟຟ້າ 30% ຂອງມູນຄ່າ ທີ່ແຂວງສະຫວັນນະເຂດ
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
ກິດຈະກຳບ້ານປອດຄວັນໄຟແມ່ນກິດຈະກຳໃຫ້ຄວາມຮູ້ກ່ຽວກັບປະໂຫຍດການນຳໃຊ້ເຕົາໄຟຟ້າເຂົ້າໃນການແຕ່ງອາຫານ ໂດຍມີເປົ້າໝາຍແມ່ນເພື່ອແນໃສ່ໃຫ້ບັນລຸ 85% ຂອງຄົວເຮືອນພາຍໃນບ້ານນຳໃຊ້ພະລັງງານໄຟຟ້າເປັນຫຼັກໃນການແຕ່ງອາຫານ. ໃນຕົ້ນເດືອນ ມັງກອນ 2025, ພວກເຮົາ ຮ່ວມກັບອົງການ SVNໄດ້ສືບຕໍ່ເກັບຂໍ້ມູນຄອບຄົວເປົ້າໝາຍບ້ານປອດຄວັນໄຟ ຈຳນວນ 19 ຄົວເຮືອນ, ເມືອງອຸທຸມພອນ, 46 ຄົວເຮືອນ ເມືອງຈຳພອນ, 5 ຄົວເຮືອນ ເມືອງອາດສະພັງທອງ. ສຳເລັດທົດແທນຄືນໃຫ້ຄອບຄົວທີ່ຊົມໃຊ້ໝໍ້ໄຟຟ້າ 30% ຂອງມູນຄ່າ 14 ຄົວເຮືອນ, ເມືອງອຸທຸມພອນ, ແຂວງສະຫວັນນະເຂດ.
******************
The Smoke-Free Villages project is an awareness-raising activity on the benefits of using electric stoves for cooking, with the goal of achieving 85% of households in the village using electricity as the main source of cooking. In January 2025, we together with SNV continued to collect data on target households in the Smoke-Free Villages project, which included 19 households in Outhoomphone District, 46 households in Champhone District, and 5 households in Atsaphangthong District. We successfully reimbursed 30% of the cost of electric stoves to 14 households in Outhoumphone District, Savannakhet Province.






